.
1.ຄວາມເປັນມາ ແລະ ຄວາມສຳຄັນຂອງການວິໄຈ.
ໂຮງຮຽນ ມ ສ ບ້ານເກິນຕັ້ງຢູ່ບ້ານເກິນເໜືອ ເມືອງທຸລະຄົມ
ແຂວງວຽງຈັນມີອາຄານຮຽນທັງໝົດ 5 ຫຼັງ, ມີຫ້ອງຮຽນທັງໝົດ 26 ຫ້ອງ. ເຊິ່ງມີການຈັດການຮຽນ
- ການສອນໃນລາຍວິຊາຕ່າງໆ. ໂດຍສະເພາະແມ່ນວິຊາພາສາລາວ. ພາສາລາວເປັນພາສາໜຶ່ງທີ່ມີຄວາມສໍາຄັນສໍາລັບຄົນລາວເພາະມັນເປັນພາສາປະຈຳຊາດມາແຕ່ສະໄໝດຶກດຳບັນຈົນເຖິງປັດຈຸບັນ.
ພາສາລາວແມ່ນພາຫະນະການສື່ສານລະຫວ່າງຄົນກັບຄົນຢູ່ໃນສັງຄົມເພາະມັນສະແດງເຖິງຄວາມຮູ້ສຶກນຶກຄິດ,
ອາລົມຈິດ, ວິຊາພາສາລາວແມ່ນວິຊາໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນເຊິ່ງເປັນວິຊາທີ່ໃຫ້ຄວາມຮູ້
ແລ ະເປັນເຄື່ອງມືໃນການຕິດຕໍ່ສື່ສານລະຫວ່າງຄົນກັບຄົນດ້ວຍກັນ. ເພື່ອຢາກເຮັດໃຫ້ນັກຮຽນມີທັກສະໃນການປາກເວົ້າຂີດຂຽນໃຫ້ຖືກຕ້ອງ
ແລະ ເໝາະສົມຄູຈຶ່ງມີບົດບາດສຳຄັນໃນການພັດທະນາການຮຽນ -
ການສອນກ່ຽວກັບຫຼັກການໃຊ້ຄໍາເຊື່ອມ ແລະ ຄໍາຕໍ່ແມ່ນມີຄວາມໜາຍສໍາຄັນເພື່ອເຮັດໃຫ້ຄຳເວົ້າຫຼືປະໂຫຍກຢູ່ໃນພາສາລາວມີຄວາມອຸດົມສົມບູນ.ສະພາບບັນຫາຂອງການສອນວິຊານີ້ຫຼືບົດນີ້ຕາມປະສົບການຂອງຄູການສິດສອນໃນບົດນີ້ຜ່ານການສັງເກດແລະດຳເນີນການສອນແມ່ນໄດ້ນຳໃຊ້ວິທີການສອນແບບຕັ້ງຄໍາຖາມ,
ແບບສົນທະນາ ແລະ ການສອນແບບຈັດກຸ່ມ. ໃນໄລຍະຕົ້ນແມ່ນພວກເຮົາໄດ້ສອນແບບ
ຕັ້ງຄຳຖາມສົນທະນາກັບນັກຮຽນ, ຄູໃຫ້ນັກຮຽນຄົ້ນຄວ້າແລ້ວລຸກຂຶ້ນຕອບ ຫຼື
ບາງຄັ້ງຄູກໍໃຫ້ນັກຮຽນອອກມາເຮັດກິດຈະກຳຢູ່ກະດານຫຼັງຈາກນັ້ນຄູອະທິບາຍ ແລະ ສະຫຼຸບຄືນ.
ຜ່ານການສອນແບບນີ້ເຫັນວ່ານັກຮຽນຈຳນວນໜຶ່ງກໍໄດ້ເອົາໃຈໃສ່ຄົ້ນຄວ້າແລະເຮັດກິດຈະກຳຂອງຄູແຕ່ກໍຍັງມີນັກຮຽນອີກຈຳນວນໜຶ່ງບໍ່ໄດ້ສົນໃຈຕໍ່ການຄົ້ນຄວ້າບົດຮຽນ,
ບໍ່ເຮັດກິດຈະກຳ, ບໍ່ສົນໃຈຕໍ່ກັບຄູເລີຍ. ເມື່ອເປັນເຊັນນີ້ການສອນໃນຄັ້ງທີ່ສອງແມ່ນພວກເຮົາໄດ້ໃຊ້ທັກສະການສອນແບບຈັດກຸ່ມຄື:
ຈັດນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ, ມອບຄຳຖາມໃຫ້ແຕ່ລະກຸ່ມຄົ້ນຄວ້າແລ້ວຕາງໜ້າກຸ່ມອອກມາລາຍງານເປີດໂອກາດໃຫ້ກຸ່ມອື່ນໄດ້ສົນທະນາກ່ຽວກັບຫົວຂໍ້ພາຍໃນກຸ່ມເພື່ອແລກປ່ຽນຄວາມຄິດເຫັນນຳກັນ.
ຫຼັງຈາກນັ້ນຄູຈຶ່ງສະຫຼຸບຄືນບາງບັນຫາທີ່ຍັງຄ້າງຄາເຮັດແບບນີ້ຈົນໝົດທຸກກຸ່ມ.
ການສອນແບບນີ້ໄດ້ເຮັດໃຫ້ນັກຮຽນມີສ່ວນຮ່ວມໃນການເຮັດກິດຈະກຳຂອງຄູໃຫ້ຫຼາຍຂຶ້ນ,
ເຮັດໃຫ້ນັກຮຽນມີຄວາມສາມາດແລະກ້າຫານໃນການປະກອບຄຳຄິດເຫັນເຂົ້າໃນການຮຽນ,ໃຫ້ນັກຮຽນມີຄວາມຊິນເຄີຍແລະຈື່ຈຳບົດຮຽນໄດ້ດີ.
ການຈັດການຮຽນ
-
ການສອນຜ່ານມາເຖິງວ່າຄູຈະເອົາໃຈໃສ່ໃນການສິດສອນກໍຕາມແຕ່ຜົນການຮຽນຂອງນັກຮຽນກໍຍັງບໍ່ທັນໄດ້ດີເທົ່າທີ່ຄວນຍ້ອນຄູຍັງຂາດທັກສະໃນການສອນຫຼາຍຮູບແບບ.
ດັ່ງນັ້ນກຸ່ມວິໄຈຂອງພວກເຮົາຈຶ່ງເລືອກເອົາຫົວຂໍ້ ຫຼັກການໃຊ້ຄຳເຊື່ອມ ແລະ ຄຳຕໍ່ເພື່ອເປັນການພັດທະນາການຮຽນ
- ການສອນໃຫ້ດີຂຶ້ນກວ່າເກົ່າ.
2.
ຈຸດປະສົງຂອງການວິໄຈ
-
ເພື່ອປັບປຸງ ແລະ ພັດທະນາການຮຽນການສອນວິຊາພາສາລາວໃນຊັ້ນມ. 3
ໃຫ້ດີຂຶ້ນກວ່າເກົ່າ.
-
ເພື່ອໃຫ້ນັກຮຽນສາມາດຮູ້ນຳໃຊ້ຫຼັກການໃຊ້ຄຳເຊື່ອມ ແລະ ຄຳຕໍ່ໄດ້.
3. ສົມມຸດຕິຖານ
- ການສອນແບບບັນຍາຍ ແລະ ແບບຈັດກຸ່ມຈະຊ່ວຍໃຫ້ນັກຮຽນຮູ້ໃຊ້ຄຳເຊື່ອມແລະຄຳຕໍ່ໄດ້ຖືກຕ້ອງຕາມຫຼັກການ.
4 ທິດສະດີທີ່ກ່ຽວຂ້ອງ
ການສອນແບບບັນຍາຍ ໝາຍເຖິງການສອນທີ່ອາໄສຄູເປັນຜູ້ບັນຍາຍເພື່ອອະທິບາຍເຫດການແລະບັນຫາຕ່າງໆນີ້ໂດຍທີ່ຄູເປັນຜູ້ສຶກສາຄົ້ນຄວ້າມາກ່ອນ,
ສ່ວນນັກຮຽນຈະສະແດງພຶດຕິກຳຕອບສະໜອງດ້ວຍການຈົດຈຳບັນທຶກເອົາຄຳອະທິບາຍສິ່ງທີ່ໄດ້ຍິນ,
ໄດ້ຟັງຕາມຄວາມສາມາດ, ເຂົ້າໃຈຫຼືຮັບຮູ້ເນື້ອໃນເພື່ອຈະນຳເອົາໄປສຶກສາຄົ້ນຄວ້າຕໍ່ໄປ.
ປື້ມວິທີສອນພາສາລາວ 4 ( ປີ 1998 ໜ້າ 43 – 44 ).
ການສອນແບບຈັດກຸ່ມ ໝາຍເຖິງວິທີສອນທີ່ຄູມອບໝາຍວຽກໃຫ້ນັກຮຽນຄົ້ນຄວ້າຮ່ວມກັນເປັນໝູ່ຄະນະເພື່ອຊ່ວຍກັນແກ້ໄຂບັນຫາຫຼືປະຕິບັດກິດຈະກຳຕາມຄວາມສາມາດເພື່ອໃຫ້ນັກຮຽນມີສ່ວນຮ່ວມແບບປະຊາທິປະໄຕທຸກຄົນຕ້ອງໄດ້ເຮັດວຽກຕາມໜ້າທີ່ຂອງຄູມອບໝາຍໃຫ້.
ປື້ມວິທີສອນວິທະຍາສາດສັງຄົມ ( ປີ 1998 ໜ້າທີ່ 83 ).
5.
ຂອບເຂດການວິໄຈ
-
ປະຊາກອນ ແລະ ກຸ່ມຕົວຢ່າງທີ່ພວກເຮົາໄດ້ດຳເນີນການວິໄຈແມ່ນນັກຮຽນຫ້ອງ ມ 3/1 ມີນັກຮຽນທັງໝົດ
35 ຄົນ ຍິງ 18 ຄົນ. ໂຮງຮຽນ ສ ບ້ານເກິນ.ຕັ້ງຢູ່ ບ້ານເກິນເໜືອ ເມືອງທຸລະຄົມ
ແຂວງວຽງຈັນ.
-
ເນື້ອໃນການສອນ
§ ບົດທີ 14 ຫົວບົດ ຫຼັກການໃຊ້ຄໍາເຊື່ອມແລະຄໍາຕໍ່.
1ຄວາມໝາຍຂອງຄຳເຊື່ອມ
ແລະ ຄຳຕໍ່.
2 ຫຼັກການໃຊ້ຄໍາເຊື່ອມ.
3 ຫຼັກການໃຊ້ຄຳຕໍ່.
·
ວິທີສອນ ( ເຕັກນິກ ແລະ ວິທີການສອນຫຼັກການທີ່ນຳມາໃຊ້ສິດສອນ )
-
ການສອນແບບບັນຍາຍ.
-
ສອນແບບຈັດກຸ່ມ
6 ຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບ
v
ຕໍ່ຕົນເອງ.
-ໄດ້ຮູ້ຈັກວິທີການສອນຫຼັກການໃຊ້ຄຳເຊື່ອມ ແລະ
ຄຳຕໍ່ໃຫ້ນັກຮຽນນຳໄປໃຊ້ໄດ້.
-ໄດ້ພັດທະນາ ແລະ ປັບປຸງການຮຽນການສອນໃຫ້ດີຂຶ້ນ.
v
ຕໍ່ກັບຄົນອື່ນ.
-
ໄດ້ເປັນທິດທາງໃຫ້ແກ່ເພື່ອນຮ່ວມງານເພື່ອນຳເອົາປະສົບການນີ້ໄປປະຕິບັດເຂົ້າໃນການສິດສອນຕົວຈິງຂອງຕົນໃນຄັ້ງຕໍ່ໄປ.
-
ໄດ້ເປັນບົດຮຽນໃຫ້ແກ່ຜູ້ອື່ນໆທີ່ມາອ່ານບົດວິໄຈສະບັບນີ້ແລ້ວນຳເອົາວິທີສິດສອນດັ່ງກ່າວນີ້ໄປປະຕິບັດເຂົ້າໃນການສິດສອນຂອງຕົນ.
7. ວິທີການດຳເນີນການສອນໃນໄລຍະລົງເຝີກຫັດ.
ທັກສະໃນການສິິດສອນໃນໄລຍະເຝີກຫັດສ່ວນຫລາຍຈະເປັນການສອນແບບບັນຍາຍ
ແລະ ຕັ້ງຄຳຖາມເອົາຄູເປັນໃຈກາງ, ຄູເປັນຜູ້ເວົ້າຫລາຍເປັນຜູ້ອະທິບາຍ, ຕັ້ງຄຳຖາມໃສ່ກະດານໃຫ້ນັກຮຽນຄົ້ນຄວ້າແລ້ວລຸກຂຶ້ນຕອບຫຼືຄູບົ່ງຕົວເອົານັກຮຽນລຸກຂຶ້ນຕອບ,
ບາງຂໍ້ຄູຂຽນຫົວຂໍ້ໃສ່ກະດານແລ້ວຄູກໍອະທິບາຍແລະອ່ານໃຫ້ນັກຮຽນຈົດເລີຍ.ເຮັດໃຫ້ນັກຮຽນບໍ່ມີສ່ວນຮ່ວມ,
ບໍ່ມີການປະກອບຄຳຄິດເຫັນ, ບໍ່ມີການຄົ້ນຄິດອັນເປັນເຫດເຮັດໃຫ້ນັກຮຽນບໍ່ເຂົ້າໃຈ,
ການຍົກຕົວຢ່າງຂອງຄູແມ່ນມີໜ້ອຍສວ່ນຫຼາຍເອົາແຕ່ນຳປື້ມ,
ໃຊ້ສື່ການສອນແມ່ນຍັງບໍ່ທັນພຽງພໍ ແລະ ຄົບຖ້ວນຕາມຄວາມຕ້ອງການ,
ນັກຮຽນບາງຄົນບໍ່ມີປື້ມແບບຮຽນສຳລັບຄົ້ນຄົ້ວາໃນເວລາຮຽນຫຼືຄົ້ນຄົ້ວາກ່ອນລ່ວງໜ້າເຮັດໃຫ້ນັກຮຽນບໍ່ມີຄວາມພ້ອມ.
ການຜະລິດສື່ການສອນຂອງຄູແມ່ນມີໜ້ອຍທີ່ສຸດບາງຄັ້ງຄູຂຶ້ນຫ້ອງສອນແມ່ນບໍ່ມີສື່ການສອນອື່ນປະກອບເຂົ້າການສອນມີແຕ່ປື້ມແບບຮຽນ
ແລະ ປື້ມຄູ່ມືເທົ່ານັ້ນ
ການສອນແບບນີ້ຈະເຮັດໃຫ້ນັກຮຽນເກີດຄວາມລຳຄານບໍ່ສົນໃຈຕໍ່ບົດຮຽນອັນເປັນເຫດທີ່ເຮັດໃຫ້ນັກຮຽນບໍ່ເຂົ້າໃຈບົດຮຽນ.
_ ການກະກຽມການສອນຂອງຕົນ.
·
ພວກຂ້າພະເຈົ້າໄດ້ຮ່ວມກັນແຕ່ງບົດສອນໃຫ້ເຂົ້າກັບສະພາບນັກຮຽນໂດຍແບ່ງນັກຮຽນອອກເປັນ
8 ກຸ່ມຊັບຊ້ອນຜູ້ອ່ອນ, ກາງ, ເກັ່ງເຂົ້າກັນ ແລະ ໄດ້ຜ່ານບົດສອນກ່ອນ 24 ຊົ່ວໂມງ.
·
ກະກຽມຕົວຢ່າງໃຫ້ນັກຮຽນເບີ່ງເພື່ອເປັນທິດທາງໃນການເຮັດຂໍ້ຕໍ່ໄປ.
·
ກະກຽມຄຳຖາມທີ່ຈະໃຫ້ນັກຮຽນຄົ້ນຄວ້າເລີ່ມແຕ່ກຸ່ມ 1 - ກຸ່ມ 8 ກຸ່ມລະໜຶ່ງຄໍາຖາມ
·
.ຄູຄົ້ນຄວ້າຫຼັກສູດ ແລະ ເອກະສານທີ່ກ່ຽວຂ້ອງກັບເນື້ອໃນທີ່ຈະສອນ.
·
ກະກຽມສື່ການສອນກໍຄືຂຽນເນື້ອໃນບົດຮຽນຫຼືບົດຕົວຢ່າງໃສ່ເຈ້ຍແຜ່ນໃຫຍ່ມາຕິດໃສ່ກະດານໃນເວລາອະທິບາຍສະຫຼຸບບົດຮຽນ.
-
ລາຍງານສະພາບການສອນຕົວຈິ່ງ.
v
ການນຳເຂົ້າສູ່ບົດຮຽນ.
ນໍາເຂົ້າສູ່ບົດຮຽນໃໝ່ດ້ວຍການຕັ້ງຄໍາຖາມສົນທະນາກັບນັກຮຽນວ່າ:ຄໍາເວົ້າໃນພາສາລາວມີຈັກປະເພດຄືປະເພດໃດແດ່?
ນັກຮຽນສົນທະນາຕອບກັບຄູວ່າ:ຄຳເວົ້າໃນພາສາລາວມີ 7 ປະເພດຄື:ຄຳນາມ, ຄຳແທນນາມ, ຄຳກຳມະ,
ຄຳຄຸນນາມ, ຄຳເຊືື່ອມ, ຄຳຕໍ່ແລະຄຳອຸທານ.ຫຼັງຈາກນັກຮຽນຕອບແລ້ວຄູກໍ່ສະຫຼຸບຄືນໂດຍເນັ້ນໜັກຄຳເຊື່ອມກັບຄຳຕໍ່
ແລະ ກ້າວເຂົ້າສູ່ບົດຮຽນເລີຍ.
v ການສອນບົດໃໝ່
ໃນບົດນີ້ເຮົາໄດ້ໃຊ້ເວລາສອນຄັ້ງທີໜຶ່ງ
6 ຊົ່ວໂມງແລະຄັ້ງທີສອງໄດ້ໃຊ້ເວລາ 4 ຊົ່ວໂມງ. ການສອນໃນຄັ້ງທີໜຶ່ງແມ່ນພອກເຮົາໄດ້ສອນແບບຕັ້ງຄຳຖາມແລະແບບທີສອງເຮົາໄດ້ສອນແບບຈັດກຸ່ມ.
ການສິດສອນໃນຄັ້ງທີ່ 2 ນີ້ແມ່ນເຮົາໄດ້ໃຊ້ການສິດສອນສອງວິທີຄື: ຂໍ້ທີ່ 1
ແມ່ນພວກເຮົາໄດ້ສອນແບບບັນຍາຍ, ຕັ້ງຄຳຖາມໃສ່ກະດານແລ້ວໃຫ້ນັກຮຽນຄົ້ນຄວ້າລຸກຂຶ້ນຕອບ 4
– 5 ຄົນປະກອບຄຳຄິດເຫັນນຳກັນຫຼັງຈາກນັ້ນຄູຈຶ່ງສະຫຼຸບຄືນບັນຫາທີ່ຍັງຄ້າງຄາແລະຖາມຂໍ້ຂ້ອງໃຈຂອງນັກຮຽນເພື່ອອະທິບາຍຄືນຕື່ມເມື່ອນັກຮຽນບໍ່ທັນເຂົ້າໃຈດີແລ້ວອ່ານໃຫ້ນັກຮຽນຈົດ.
ສຳລັບຂໍ້ທີ່ 2 ແລະ ຂໍ້ 3 ແມ່ນພວກເຮົາໄດ້ໃຊ້ຕິກນິກການສອນແບບຈັດກຸ່ມ. ໃນນັ້ນ ຂໍ້ທີ່
2 ເຮົາໄດ້ຈັດນັກຮຽນອອກເປັນ 8 ກຸ່ມ ແລະ ຂໍ້ທີ່ 3 ແບ່ງນັກຮຍນອອກເປັນ 7
ກຸ່ມຫຼັງຈາກນັ້ນຄູກໍມອບຄຳຖາມໃຫ້ແຕ່ລະກຸ່ມຄົ້ນຄວ້າ 15 ນາທີແລ້ວຕ່າງໜ້າກຸ່ມອອກມາລາຍງານເຊິ່ງໃຊ້ເວລາ
60 ນາທີລາຍລະອຽດດັ່ງນີ້:
v ຄຳຖາມຄົ້ນຄວ້າແຕ່ລະກຸ່ມສຳລັບຂໍ້ 2
·
ກຸ່ມທີ 1 ຂໍ້ 2.1
ການໃຊ້ຄຳເຊື່ອມທີ່ເປັນຄຳບຸບພະບົດປະກອບມີກຸ່ມຄຳໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5
ຕົວຢ່າງ ?
·
ກຸ່ມ 2 2.2
ການໃຊ້ເຊື່ອມຄຳ/ຂໍ້ຄວາມໃຫ້ຜູກຜັນກັນມີກູ່ມຄຳໃດແດ່? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ
?
·
ກຸ່ມທີ 3 2.3
ການໃຊ້ເຊື່ອມຄໍາທີ່ລັກສະເປັນເຫດຜົນມີກຸ່ມຄໍາໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5
ຕົວຢ່າງ?
·
ກຸ່ມທີ 4 2.4
ການໃຊ້ເຊື່ອມຄຳທີ່ມີລັກສະນະມອບໃຫ້ມີກຸ່ມຄຳໃດແດ່? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 5 2.5 ການໃຊ້ຄຳເຊື່ອມບອກບ່ອນຈາກໄປປະກອບມີກຸ່ມຄຳໃດແດ່
? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 6 2.6
ການໃຊ້ເຊື່ອມຄຳ/ຂໍ້ຄວາມທີ່ມີລັກສະນະບອກຄວາມເປັນເຈົ້າຂອງມີກຸ່ມຄຳໃດແດ່ ?
ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 7 2.7
ການໃຊ້ເຊື່ອມຄຳ/ຂໍ້ຄວາມທີ່ມີລັກສະນະບອກກ່ຽວກັບສະຖານທີ່ມີກຸ່ມຄຳໃດແດ່ ? ຈົ່ງຕົວຢ່າງມາຈັກ
5 ຕົວຢ່າງ?
·
ກຸ່ມທີ 8 2.8
ການໃຊ້ເຊື່ອມຄຳ/ຂໍ້ທີ່ບອກກ່ຽວກັບເວລາມີກຸ່ມຄຳໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5
ຕົວຢ່າງ
v ຄຳຖາມຄົ້ນຄວ້າສຳລັບຂໍ້ທີ 3
·
ກຸ່ມ 1 ການຕໍ່ຄຳ,
ຕໍ່ຂໍ້ຄວາມຫຼືປະໂຫຍກທີ່ລອຍໄປຕາມກັນປະກອບມີກຸ່ມຄຳໃດແດ່ ?ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 2
ການຕໍ່ຂໍ້ຄວາມທີ່ຂັດກັນປະກອບມີກຸ່ມຄຳໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 3
ການຕໍ່ຂໍ້ຄວາມຕ່າງຝ່າຍປະກອບມີກຸ່ມຄຳໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 4
ການຕໍ່ຂໍ້ຄວາມທີ່ເປັນເຫດເປັນຜົນປະກອບມີກຸ່ມຄຳໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 5
ການຕໍ່ຂໍ້ແບບແບ່ງຮັບແບ່ງສູ້ປະກອບມີກຸ່ມຄຳໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 6
ການຕໍ່ຂໍ້ໃຫ້ເລືອກເອົາປະກອບມີກຸ່ມຄຳໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
·
ກຸ່ມທີ 7
ການຕໍ່ຂໍ້ຄວາມແບບປຽບທຽບປະກອບມີກຸ່ມຄຳໃດແດ່ ? ຈົ່ງຍົກຕົວຢ່າງມາຈັກ 5 ຕົວຢ່າງ?
+ ການສະຫຼຸບ
ພວກເຮົາໄດ້ສະຫຼຸບຄືນຕາມຫົວຂໍ້ທີ່ໄດ້ຮຽນມາໃນຊົ່ວໂມງນັ້ນ
ເຊິ່ງນັບແຕ່ຂໍ້ທີ 1- ຂໍ້ສຸດທ້າຍເພື່ອໃຫ້ນັກຮຽນສາມາດກຳເນື້ອໃນບົດຮຽນໄດ້ດີແລະເຂົ້າໃຈຈະແຈ້ງຂຶ້ນຕື່ມ.
+ ການວັດແລະປະເມີນຜົນ
ພວກເຮົາໄດ້ວັດປະເມີນຜົນດ້ວຍການກວດກາເປັນຈໍານວນ 2
ຄັ້ງກໍ່ຄືກ່ອນເຮັດວິໄຈແລະຫຼັງເຮັດວິໄຈແລ້ວເອົາຄະແນນທັງສອງຄັ້ງມາສົມທຽບໃສ່ກັນ.
+ ການຕັກເຕືອນມອບວຽກບ້ານ
ຄູໄດ້ມອບວຽກບ້ານໃຫ້ນັກຮຽນແຕ່ລະຄົນຈົດເມືອເຮັດຢູ່ບ້ານມາສົ່ງໃນຊົ່ວໂມງໜ້າເປັນຄະແນນເພີ່ມ.
1 ໃຫ້ພວກນ້ອງສ້າງປະໂຫຍກ + ຄໍາເຊື່ອມ + ຄໍາ/ວະລີນອກຈາກໃນປື້ມຜູ້ລະ
10 ປະໂຫຍກ ?
ຄູໄດ້ສຶກສາແນວຄິດການເມືອງໃຫ້ແກ່ນັກຮຽນໃຊ້ເວລາຫວ່າງໃຫ້ເປັນປະໂຫຍດສຸມໃສ່ຕໍ່ການຮໍ່າຮຽນແລະເມືອເຮືອນໃຫ້ເອົາໃຈໃສ່ຊ່ວຍວຽກຄອບຄົວ
ແລະ ການໄປ-ມາໃຊ້ລົດໃຊ້ທະໜົນໃຫ້ລະມັດລະວັງ.
v ສະຫຼຸບຜົນຂອງການວິໄຈຕາມຈຸດປະສົງຂອງການວິໄຈ
ສິ່ງທີ່ປະຕິບັດໄດ້ຫຼັງຈາກທີ່ພວກເຮົາໄດ້ດໍາເນີນການວິໄຈແລ້ວເຫັນວ່ານັກຮຽນສ່ວນຫຼາຍສາມາດເຂົ້າໃຈແລະໃຊ້ຄຳເຊື່ອມ
ແລະ ຄຳຕໍ່ໄດ້ເຊິ່ງສະແດງໃຫ້ເຫັນໃນຄະແນນກວດກາຄັ້ງທີ 2 ຖ້າທຽບໃສ່ຄັ້ງທີ່ 1
ເຫັນວ່າຄະແນນໄດ້ດີ.
ແຕ່ກໍຍັງມີນັກຮຽນຈຳນວນໜ້ອຍໜຶ່ງບໍ່ທັນເຂົ້າໃຈເທົ່າທີ່ຄວນເຊິ່ງສະແດງໃຫ້ເຫັນໃນບົດກວດກາຄັ້ງທີ່
2 ຍັງມີນັກຮຽນໄດ້ຄະແນນຫຼຸດຄາດໝາຍລາຍລະອຽດມີດັ່ງນີ້:
Ø ຄະແນນກວດກາຄັ້ງທີໜຶ່ງ ແລະ ຄັ້ງທີສອງ
ກວດກາຄັ້ງທີ 1
|
ກວດກາຄັ້ງທີ 2
|
||||
ລ/ດ
|
ຊື່ແລະນາມສະກຸນ
|
ຄະແນນ
|
ລ/ດ
|
ຊື່ແລະນາມສະກຸນ
|
ຄະແນນ
|
1
|
ທ. ກ
|
3
|
1
|
ທ. ກ
|
8
|
2
|
ທ. ຂ
|
3
|
2
|
ທ. ຂ
|
8
|
3
|
ທ. ຄ
|
3
|
3
|
ທ. ຄ
|
7
|
4
|
ທ. ງ
|
4
|
4
|
ທ. ງ
|
8
|
5
|
ທ. ຈ
|
4
|
5
|
ທ. ຈ
|
4
|
6
|
ທ. ສ
|
2
|
6
|
ທ. ສ
|
8
|
7
|
ທ. ຊ
|
3
|
7
|
ທ. ຊ
|
8
|
8
|
ທ. ຍ
|
4
|
8
|
ທ. ຍ
|
8
|
9
|
ນ. ດ
|
4
|
9
|
ນ. ດ
|
6
|
10
|
ນ. ຕ
|
2
|
10
|
ນ. ຕ
|
8
|
11
|
ນ. ນ
|
2
|
11
|
ນ. ນ
|
8
|
12
|
ນ. ບ
|
2
|
12
|
ນ. ບ
|
4
|
13
|
ນ. ປ
|
3
|
13
|
ນ. ປ
|
8
|
14
|
ນ. ຜ
|
2
|
14
|
ນ. ຜ
|
8
|
15
|
ນ. ພ
|
2
|
15
|
ນ. ພ
|
7
|
16
|
ນ. ຟ
|
4
|
16
|
ນ. ຟ
|
6
|
17
|
ນ. ຝ
|
3
|
17
|
ນ. ຝ
|
8
|
18
|
ນ. ຖ
|
3
|
18
|
ນ. ຖ
|
4
|
19
|
ນ. ທ
|
2
|
19
|
ນ. ທ
|
8
|
20
|
ນ. ມ
|
4
|
20
|
ນ. ມ
|
4
|
21
|
ນ. ຢ
|
3
|
21
|
ນ. ຢ
|
7
|
22
|
ນ. ລ
|
4
|
22
|
ນ. ລ
|
8
|
23
|
ນ. ວ
|
3
|
23
|
ນ. ວ
|
8
|
24
|
ນ. ອ
|
4
|
24
|
ນ. ອ
|
6
|
Ø ຜົນຂອງການກວດກາຄັ້ງທີໜຶ່ງ
ü ໄດ້ຄະແນນ 5 ຂຶ້ນໄປ 11 ຄົນ
ü ໄດ້ຄະແນນຫຼຸດຄາດໝາຍ 4 ລົງມາ 24 ຄົນ
v
ຄິດໄລ່ເປັນເປີເຊັນຜູ້ໄດ້ຄາດໝາຍ ແລະ ຫຼຸດຄາດໝາຍ
-
ຜູ້ໄດ້ຄາດໝາຍ 5 ຂຶ້ນໄປ 11 ຄົນ
11X100
ເປີເຊັນຄະແນນໄດ້ຄາດໝາຍ
————— = 31,42 %
35
-
ຜູ້ໄດ້ຄະແນນຫຼຸດຄາດໝາຍ 4 ລົງມາ
24X100
ເປີເຊັນຄະແນນຫຼຸດຄາດໝາຍ ————— = 68,57 %
35
Ø ຜົນຂອງການກວດກາຄັ້ງທີສອງ
ü ໄດ້ຄະແນນ 5 ຂຶ້ນໄປ 31 ຄົນ
ü ໄດ້ຄະແນນຫຼຸດຄາດໝາຍ 4 ລົງມາ 4 ຄົນ
v
ຄິດໄລ່ເປັນເປີເຊັນຜູ້ໄດ້ຄາດໝາຍ ແລະ ຫຼຸດຄາດໝາຍ
-
ຜູ້ໄດ້ຄາດໝາຍ 5 ຂຶ້ນໄປ 31 ຄົນ
31X100
ເປີເຊັນຄະແນນໄດ້ຄາດໝາຍ
————— = 88,57 %
35
-
ຜູ້ໄດ້ຄະແນນຫຼຸດຄາດໝາຍ 4 ລົງມາ
4X100
ເປີເຊັນຄະແນນຫຼຸດຄາດໝາຍ ————— = 11,42%
35
Ø ຂໍ້ສະເໜີຂອງຕົນເອງຕໍ່ການວິໄຈການສອນບົດນິ້ຕໍ່ໜ້າ
-
ສະເໜີໃຫ້ຜູ້ທີ່ຈະສອນບົດນີ້ໃນຕໍ່ໜ້າໃຫ້ສ້າງສື່ການສອນໃຫ້ຫຼາຍໆເພື່ອປະກອບເຂົ້າໃນການສິດສອນ
ແລະ ອະທິບາຍໃຫ້ກວ່າງຂວາງຈະແຈ້ງຂຶ້ນຕື່ມ.
ທີ່ ວ ຄ ກ ວັນທີ....../........./...........
ເຊັນຄູທີ່ປຶກສາ
ເຊັນກຸ່ມວິໄຈ
ອາຈານ ປະຢັດ
ລັດຕະນາ ທ. ສຶມ ສຸລິຈັນ
ທ.
ອຳແພງ ໄຊຍະບຸນມີ
ນ. ແກ້ວຕາ
ສີນາງວົງ
ນ. ແສງທະວີ
ແສງວົງເພັດ
ເຊັນຄະນະປະທານ ເຊັນຄະນະກຳມະການ
ອາຈານພຸດທະດາ ຫຼ້າວິໄລແສງ 1 ອາຈານ ຖາວອນ ດວງວິຈິດ
2 ອາຈານ ພອນ ທຳມະວົງ
3
ອາຈານ ມີໄຊ
ไม่มีความคิดเห็น:
แสดงความคิดเห็น